ສະ​ພາ​ບ​ການ​ອາບ​ກາ​ນິດ​ສະ​ຖານ: ຕາ​ລີ​ບານ​ຢັ້ງ​ຢືນ​ເປົ້າ​ໝາຍ​ສ້າງກອງ​ທັບ

(VOVWORLD) -ວັນທີ 15 ກັນຍາ,  ທ່ານ Qari Fasihuddin ເສນາທິການໃຫຍ່ຂອງກຳລັງ ຕາລີບານ ໄດ້ຢັ້ງຢືນວ່າ ອາບການິດສະຖານ ຈະມີກອງທັບທາງການ ເພື່ອປົກປ້ອງປະເທດຊາດໂດຍໄວ.

ສະ​ພາ​ບ​ການ​ອາບ​ກາ​ນິດ​ສະ​ຖານ: ຕາ​ລີ​ບານ​ຢັ້ງ​ຢືນ​ເປົ້າ​ໝາຍ​ສ້າງກອງ​ທັບ - ảnh 1ກຳລັງຕາລີບານ (ພາບ:THX/TTXVN)

ໃນບົດກ່າວປາໄສຢູ່ນະຄອນຫຼວງ Kabul, ທ່ານ Qari Fasihuddin ໃຫ້ຮູ້ວ່າ ອາບການິດສະຖານ ຈະມີກອງທັບທາງການ, ມີລະບຽບວິໄນ ແລະ ເຂັ້ມແຂງໃນອະນາຄົດໃກ້ໆນີ້, ເພື່ອປ້ອງກັນ ແລະ ປົກປ້ອງປະເທດຊາດ. ປັດຈຸບັນ ບັນດາການປຶກສາຫາລືໃນຂົງເຂດນີ້ຍັງໄດ້ດຳເນີນໄປ.

ແລະໃນເຫດການທີ່ກ່ຽວຂ້ອງ, ຢູ່ Dushanbe, ປະເທດຕັດຈິກິດສະຖານ, ໄດ້ດຳເນີນກອງປະຊຸມຮ່ວມຂອງສະພາລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ ແລະ ຄະນະເລຂາສະພາຄວາມໝັ້ນຄົງ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ຕັດຈິກິດສະຖານ Sirojiddin Mukhriddin ແລະ ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ອົງການສົນທິສັນຍາກ່ຽວກັບຄວາມໝັ້ນຄົງລວມໝູ່ (CSTO) Stanislav Zas

ທີ່ກອງປະຊຸມ, ບັນດາຜູ້ນຳໜ້າພາກສ່ວນນະໂຍບາຍການທູດ ແລະ ການປ້ອງກັນຊາດຂອງບັນດາປະເທດ CSTO ໄດ້ປຶກສາຫາລືລະອຽດ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການການທະຫານ - ການເມືອງ ໃນພາກພື້ນທີ່ມີຄວາມຮັບຜິດຊອບຂອງ CSTO, ໂດຍແມ່ນສະຖານທີ່ພວມມີສະພາບການສັບສົນຢູ່ບັນດາເຂດຜືນແຜ່ນດິນ ທີ່ມີຊາຍແດນຕິດພັນກັບ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ