ສະພາບການເມືອງຢູ່ອີຍີບ ໄດ້ຮັບການແກ້ໄຂ

ສະພາບການເມືອງຢູ່ອີຍີບ ໄດ້ຮັບການແກ້ໄຂ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25 ສິງຫາ, ພັກ Salafist Nour, ກຳລັງ​ອິດສະ​ລາມ​ໃຫຍ່​ອັນ​ດັບ 2 ຢູ່ອີ​ຍີບ ​​ແລະ ​ແມ່ນ​ກຸ່ມ​ອິດສະ​ລາມ​ໜຶ່ງ​ດຽວ​ທີ່​ສະໜັບສະໜູນ​ເລື່ອງປົດ​ຕຳ​ແໜ່​ງ​ປະທານາທິບໍດີ Mohamed Morsi, ຖະ​ແຫຼ​ງຈະ​ເຂົ້າ​ຮ່ວມ​ຄະນະ​ກຳ​ມະການ​ປັບປຸງ​ລັດຖະທຳ​ມະນູນ. ຂໍ້​ຕົກລົງ​ນີ້ ​ແມ່ນການ​ກະທຳ​ທີ່​ໜ້າ​ສົນ​ໃຈ ຊ່ວຍ​ແກ້​ໄຂ ສະພາບການ​ເມືອງຢູ່​ອີ​ຍີບ ​ໃນ​ປະຈຸ​ບັນ ​ແລະ ສືບ​ຕໍ່​ວິວັດ​ການ​ມອບ​ໂອນ​ໂດຍ​ກອງທັບ​ວາງ​ອອກ​ເມື່ອ​ວັນ​ທີ 03 ກໍລະກົດ, ​ໃນ​ນັ້ນ​ລວມມີ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 2012 ​ເຊິ່ງພວມ​ຖືກ​ຢຸດຕິ, ຈັດ​ຕັ້ງ​ກາ​ນ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ​ແລະ ​ເລືອກ​ຕັ້ງ​ປະທານາທິບໍດີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Ahmed El Meslemani, ທີ່​ປຶກສາ​ດ້ານ​ສື່ສານ​ຂອງ​ປະທານາທິບໍດີ​ຊົ່ວຄາວ​ອີ​ຍີບ, ຢືນຢັນ​ວ່າ ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້ ​ໄດ້​ຜ່ານ​ຜ່າ​ກົ “ກົນ​ອຸ​ບາຍ​” ໂຄ່ນ​ລົ້ມ​ລັດ ​ແລະ ປະຈຸ​ບັນ​ພວມ​ດຳ​ເນີນ​ບັ້ນ​ຮົບ​ຕ້ານຄືນ​ບັນດາ​ພາກສ່ວນຫົວ​ຈັດໃນ​ອົງການ​ອ້າຍ​ນ້ອງ​ຊາວ​ມິດ​ສະ​ລິ​ມ (MB) ​ແລະ ບັນດາ​ກຳລັງ​ອິດສະ​ລາມ​ຮ່ວມ​ສຳພັນ.

ຂ່າວ/ບົດ​ອື່ນ