ສະພາບການເລືອກຕັ້ງນາຍົກລັດຖະມົນຕີ ນິວຊີແລນ ຄົນໃໝ່

(VOVWORLD) - ທ່ານ Duncan Webb, ເຊິ່ງເປັນສະມາຊິກຂອງພັກແຮງງານ, ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ພັກນີ້ຈະຈັດກອງປະຊຸມໃນວັນທີ 22 ມັງກອນ (ຕາມເວລາທ້ອງຖິ່ນ)...
 

ຕອນເຊົ້າວັນທີ 21 ມັງກອນ, ພັກແຮງງານ, ເຊິ່ງເປັນພັກກຳອຳນາດຢູ່ ນິວຊີແລນ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານ Chris Hipkins, ລັດຖະມົນຕີກະຊວງສຶກສາ ຂອງປະເທດນີ້ອາດຈະຂຶ້ນກຳອຳນາດແທນທ່ານນາງ Jacinda Ardern, ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງປະເທດ ນິວຊີແລນ, ຍ້ອນປະຈຸບັນ, ເປັນຜູ້ອອກສະໝັກເລືອກຕັ້ງໜຶ່ງດຽວທີ່ບັນດາສະມາຊິກສະພາແຫ່ງຊາດຂອງພັກນີ້ສະເໜີໃຫ້ດຳລົງຕຳແໜ່ງດັ່ງກ່າວ. ທ່ານ Duncan Webb, ເຊິ່ງເປັນສະມາຊິກຂອງພັກແຮງງານ, ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ພັກນີ້ຈະຈັດກອງປະຊຸມໃນວັນທີ 22 ມັງກອນ (ຕາມເວລາທ້ອງຖິ່ນ) ເພື່ອໃຫ້ສັດຕະຍາບັນເລື່ອງສະເໜີທ່ານລັດຖະມົນຕີ Chris Hipkins ກໍ່ຄືເລືອກຕັ້ງທ່ານເປັນປະທານພັກຄົນໃໝ່. ຖ້າຍາດໄດ້ການສະໜັບສະໜູນໃນກອງປະຊຸມ, ທ່ານ Chris Hipkins ຈະກາຍເປັນນາຍົກລັດຖະມົນຕີຜູ້ທີ 41 ຂອງ ນິວຊີແລນ ພາຍຫຼັງທີ່ທ່ານນາງ Jacinda Ardern ລາອອກຈາກຕຳແໜ່ງຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ