ສະ​ພາບ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ

(VOVWORLD) - ທ່ານ Donald Trump ໄດ້ແບ່ງປັນໃນທາງສື່ສັງຄົມ Truth Social ວ່າ ທ່ານ “ມີໄພນາບຂູ່ອັນໃຫ່ຍຫຼວງ” ສຳລັບຊີວິດອິນຊີຂອງທ່ານ.
ສະ​ພາບ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ - ảnh 1

ທ່ານ Donald Trump (ພາບ: Reuters)

    ວັນທີ 11 ຕຸລາ, ໜ່ວຍຂົນຂວາຍຫາສຽງເລືອກຕັ້ງຂອງຜູ້ອອກສະໝັກຮັບເລືອກຕັ້ງ Donald Trump ໄດ້ຮຽກຮ້ອງລັດຖະບານ ນຳໃຊ້ເຮືອບິນ ແລະ ລົດທະຫານ ເພື່ອປົກປ້ອງອະດີດປະທານາທິບໍດີຜູ້ນີ້ ຂະນະທີ່ທ່ານກຳລັງຂົນຂວາຍຫາສຽງເລືອກຕັ້ງ. ກ່ອນໜ້ານັ້ນ, ທ່ານໄດ້ແບ່ງປັນໃນທາງສື່ສັງຄົມ Truth Social ວ່າ ທ່ານ “ມີໄພນາບຂູ່ອັນໃຫ່ຍຫຼວງ” ສຳລັບຊີວິດອິນຊີຂອງທ່ານ.

   ກ່ຽວຂ້ອງເຖິງຄຳຮຽກຮ້ອງດັ່ງກ່າວ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ຖະແຫຼງໃນວັນດຽວກັນວ່າ, ທ່ານໄດ້ຊີ້ນຳອຳນາດການປົກຄອງ ປົກປ້ອງທ່ານອະດີດປະທານາທິບໍດີ ຄືດັ່ງປະທານາທິບໍດີຄົນປະຈຸບັນ. ປະທານາທິບໍດີ Joe Biden ຖືວ່າ ອົງການສອດແນມ ອາເມລິກາ ຄວນເຄົາລົບຄຳຮຽກຮ້ອງຂອງທ່ານ Trump ກ່ຽວກັບເລື່ອງໄດ້ຮັບການປົກປ້ອງ ດ້ວຍບັນດາພາຫະນະການທະຫານ ໃນໄລຍະສຸດທ້າຍຂອງບັ້ນຫາສຽງເລືອກຕັ້ງ ຖ້າຫາກວ່າ ມັນບໍ່ເກີນຄຳຮຽກຮ້ອງໄດ້ຮັບການປົກປ້ອງຄືກັນກັບປະທານາທິບໍດີຄົນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ