ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 32.081.000 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 981.192 ຄົນ. ອາເມລິກາຍັງຄົງແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດສູງທີ່ສຸດໃນໂລກ ໂດຍມີຜູ້ຕິດເຊື້ອ 7.137.472 ຄົນ ແລະ ເສຍຊີວິດ 206.533 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ - ảnh 1ພາບປະກອບ: TTXVN 

ຢູ່ຫວຽດນາມ ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງ ຂອງວັນທີ 23 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 24 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ໃນຊຸມຊົນ. ປັດຈຸບັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດ 1.069 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ, ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີ 991 ຄົນ.

ແລະກໍ່ໃນວັນທີ 23 ກັນຍາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນ Bamboo Airway ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະເທດປະຈຳຖິ່ນຈັດສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນ ຈາກ ອົດສະຕາລີ ແລະ ນິວຊີແລນກັບມາປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ