ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ຫວ​ຽດ​ນາມ ແລະ ​ໂລກ

(VOVWORLD) - ໃນເວລາ 6 ໂມງເຊົ້າຂອງວັນທີ 9 ກັນຍາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ 12ຊົ່ວໂມງຜ່ານໄປ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ວັນທີ 9 ກັນຍາ ກໍ່ແມ່ນມື້ທີ 7 ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ຫວ​ຽດ​ນາມ ແລະ ​ໂລກ   - ảnh 1 ພາບປະກອບ: suckhoedoisong.vn

ປັດຈຸບັນ, ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 870/1054ຄົນ ແລະ  ມີຜູ້ເສຍຊີວິດ35 ຄົນ.

        ສ່ວນສະພາບການໂລກລະບາດ Covid – 19 ໃນທົ່ວໂລກ, ຕາມເວັບໄຊ ສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 9 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນເກືອບ 27,72 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 900.000 ຄົນ. ໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ອິນເດຍສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃໝ່ ຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 89.852 ຄົນ ແລະ ຜູ້ເສຍຊີວິດໃໝ່ແມ່ນ 1.107 ຄົນ, ອັນໄດ້ເຮັດໃຫ້ຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດຂຶ້ນເຖິງ 4,36 ລ້ານຄົນ, ຢືນຢູ່ອັນດັບທີ 2 ຂອງໂລກ ຖັດຈາກ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ