ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ສືບຕໍ່ຮຽກຮ້ອງໃຫ້ ປະຊາຊົນໄປສັກວັກຊິນກັນໂຄວິດ - 19. ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ວັກຊິນທຸກຊະນິດໃນປັດຈຸບັນ ລ້ວນແຕ່ມີຄວາມປອດໄພ, ບໍ່ຕ້ອງເສຍຄ່າ ແລະ ສາມາດສຳຜັດຢ່າງງ່າຍດາຍ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 3 ຕຸລາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 235,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,8 ລ້ານຄົນ. ໃນນັ້ນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 44,5 ລ້ານຄົນ ແລະ ກ່ວາ 719.600 ຄົນເສຍຊີວິດ. ທ່ານປະທານາທິບໍດີ ອາເມລິກາ Joe Biden ສືບຕໍ່ຮຽກຮ້ອງໃຫ້ ປະຊາຊົນໄປສັກວັກຊິນກັນໂຄວິດ - 19. ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ວັກຊິນທຸກຊະນິດໃນປັດຈຸບັນ ລ້ວນແຕ່ມີຄວາມປອດໄພ, ບໍ່ຕ້ອງເສຍຄ່າ ແລະ ສາມາດສຳຜັດຢ່າງງ່າຍດາຍ

 ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 2 ຕຸລາ ຫາເວລາ 17 ໂມງຂອງວັນທີ 3 ຕຸລາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 5.376 ຄົນ, ໃນນັ້ນມີ 9 ຄົນເຂົ້າເມືອງ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 808.367 ຄົນ, ໃນນັ້ນມີ 693.797 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ