ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຈຳນວນຜູ້ຕິດເຊື້ອຢູ່ ອາເມລິກາ ໃນປັດຈຸບັນຂຶ້ນເຖິງ ເກືອບ 46,8 ລ້ານຄົນ (ເພີ່ມຂຶ້ນ 26.355 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ), ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 766.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ ປະມານ 1 ໂມງຂອງວັນທີ 31 ຕຸລາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 247 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 5 ລ້ານຄົນ.

ຈຳນວນຜູ້ຕິດເຊື້ອຢູ່ ອາເມລິກາ ໃນປັດຈຸບັນຂຶ້ນເຖິງ ເກືອບ 46,8 ລ້ານຄົນ (ເພີ່ມຂຶ້ນ 26.355 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ), ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 766.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 30 ຕຸລາ ຫາເວລາ 18 ໂມງຂອງວັນທີ 31 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 5.519 ຄົນ, ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 921.122 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ