ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 268 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,3 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ:  TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 10 ທັນວາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 268 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,3 ລ້ານຄົນ. ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງແມ່ນ ອາເມລິກາ ມີຜູ້ເສຍຊີວິດ 851.000 ຄົນໃນຈຳນວນຜູ້ຕິດເຊື້ອ 50,5 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ໃນສະພາບສາຍພັນ Omicron ຂອງໄວຣັດ SARS-CoV-2 ພວມແຜ່ລະບາດຢ່າງແຮງ, ບາງອົງການການແພດໄດ້ສະເໜີສັກວັກຊິນກັນໂຄວິດ-19 ເພີ່ມເຕີມ. ອົງການຄຸ້ມຄອງທັນຍາຫານ ແລະ ການຢາ (FDA) ຂອງ ອາເມລິກາ ໄດ້ອະນຸຍາດໃຫ້ເປີດກວ້າງເປົ້າໝາຍສັກວັກຊິນ ເພີ່ມເຕີມຂອງບໍລິສັດ Pfizer/BioNTech ໃຫ້ແກ່ນັກຮຽນໃນເກນອາຍຸ 16 ແລະ 17 ປີ. ວັກຊິນເຂັມເພີມເຕີມນີ້ຈະໄດ້ສັກພາຍຫຼັງສັກເຂັມທີ 2 ເປັນເວລາ 6 ເດືອນ.

        ຢູ່ ອົດສະຕາລີ, ກຸ່ມໃຫ້ຄຳປຶກສາດ້ານເຕັກນິກກ່ຽວກັບການສັກວັກຊິນ (ATAGI) ໄດ້ເຫັນດີໃຫ້ສັກວັກຊິນກັນໂຄວິດ-19 ຂອງ Pfizer/BioNTech ແກ່ເດັກທີ່ຢູ່ໃນເກນອາຍຸແຕ່ 5-11 ປີ.

  ສ່ວນຢູ່ ຫວຽດນາມ, ໃນວັນທີ 10 ທັນວາ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.839 ຄົນ ແລະ ມີ 1300 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 1 ລ້ານຄົນ. ຈຳນວນວັກຊິນໄດ້ສັກຢູ່ ຫວຽດນາມ ແມ່ນ ເກືອບ 131 ລ້ານໂສດ.

ຕອບກັບ

ຂ່າວ/ບົດ​ອື່ນ