ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກ່ວາ 71,9 ລ້ານຄົນ ແລະ ຜູ້ເສຍຊີວິດ 889.197 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: VOV

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 351 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,6 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກກ່ວາ 2 ລ້ານຄົນ ແລະ ຜູ້ເສຍຊີວິດ  4.624 ຄົນ. ໃນຮອບເວລາ 24 ຊົ່ວໂມງ, ອິນເດຍ ແມ່ນປະເທດມີຜູ້ຕິດເຊື້ອໃໝ່ຕື່ມອີກຫຼາຍທີ່ສຸດໃນໂລກ, ດ້ວຍ 305.171 ຄົນ, ໃນຂະນະນັ້ນ ລັດເຊຍມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 679 ຄົນ.

ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກ່ວາ 71,9 ລ້ານຄົນ ແລະ ຜູ້ເສຍຊີວິດ 889.197 ຄົນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 23 ມັງກອນ ຫາເວລາ 16 ໂມງຂອງວັນທີ 24 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.362 ຄົນ, ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2.155.784 ຄົນ,ໃນນັ້ນມີຜູ້ຕິດເຊື້ອສາຍພັນ Omicron 163 ຄົນ , ມີ 1.841.180 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ກ່ຽວກັບການສັກວັກຊິນກັນໂຄວິດ - 19 ມາຮອດວັນທີ 24 ມັງກອນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ເກືອບ 176,5 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ