ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -3 ປະເທດ ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາແມ່ນ ຝລັ່ງ (ກ່ວາ 322.000 ຄົນ), ອິນເດຍ (ກ່ວາ 229.000 ຄົນ) ແລະ ບຣາຊິນ (ກ່ວາ 174.000 ຄົນ).


ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ຕາມເວັບໄຊສະຖິຕິ ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກກ່ວາ 2,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 2.700ຄົນ. ປັດຈຸບັນໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 372,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,67 ລ້ານຄົນ.

3 ປະເທດ ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາແມ່ນ ຝລັ່ງ (ກ່ວາ 322.000 ຄົນ), ອິນເດຍ (ກ່ວາ 229.000 ຄົນ) ແລະ ບຣາຊິນ (ກ່ວາ 174.000 ຄົນ). ນອກຈາກນັ້ນ ຍັງມີ 4 ປະເທດມີຈຳນວນຜູ້ຕິດເຊື້ອໃໝ່ກ່ວາ 100.000 ຄົນແມ່ນ ອາເມລິກາ, ລັດເຊຍ, ອີຕາລີ, ເຢຍລະມັນ.

ໃນຂະນະນັ້ນ, 3 ປະເທດມີຈຳນວນຜູ້ເສຍຊີວິດຫຼາຍສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ ອາເມລິກ (ກ່ວາ 1000 ຄົນ), ອິນເດຍ (ກ່ວາ 890 ຄົນ) ແລະ ລັດເຊຍ (ເກືອບ 670 ຄົນ).

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງ ຂອງວັນທີ 29 ມັງກອນ ຫາເວລາ 16 ໂມງຂອງວັນທີ 30 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 13.694 ຄົນ. ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອ ພະຍາດໂຄວິດ - 19 ລວມທັງໝົດ 2.263.053 ຄົນ, ມີ 2.017.615 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ