ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າວັນທີ 15 ກັນຍາ (ຕາມເວລາ UTC) ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ອິນເດຍແມ່ນປະເທດມີຜູ້ເສຍຊີວິດ ແລະ ຕິດເຊື້ອພະຍາດໃໝ່ຕື່ມອີກຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ (ພາບ: Reuters) 

ອາເມລິກາສືບຕໍ່ແມ່ນປະເທດຖືກ ຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ ເກືອບ 6,75 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 199.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 4,9 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ ກ່ວາ 80.000 ຄົນ.

        ແລະໃນເຫດການທີ່ກ່ຽວຂ້ອງ, ຕາມກະຊວງສາທາລະນະສຸກ ຫວຽດນາມແລ້ວ, ໄລ່ຮອດເວລາ 6ໂມງເຊົ້າຂອງວັນທີ 15 ກັນຍາ, ຫວຽດນາມ ສືບຕໍ່ຢັ້ງຢືນບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່. ດັ່ງນັ້ນ 13 ມື້ຢ່າງລຽນຕິດແລ້ວ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ ແລະ ຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 926 ຄົນໃນຈຳນວນຜູ້ຕິດເຊື້ອສະສົມ 1063 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ