ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມ ຢູ່ ຫວຽດນາມມາຮອດປັດຈຸບັນ ແມ່ນ 1.207 ຄົນ, ໃນນັ້ນມີ 1.069 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີຜູ້ເສຍຊີວິດ 35 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1 ພາບປະກອບ: Yonhap

ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ນັບແຕ່ເວລາ 18 ໂມງຂອງວັນທີ 4 ພະຈິກ ຫາວັນທີ 6 ໂມງຂອງວັນທີ 5 ພະຈິກ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ເພີ່ມອີກ 1 ຄົນເຊິ່ງແມ່ນຜູ້ກັບມາຈາກຕ່າງປະເທດ ແລະໄດ້ຮັບການແຍກຕົວໃນທັນທີ.

        ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມ ຢູ່ ຫວຽດນາມມາຮອດປັດຈຸບັນ ແມ່ນ 1.207 ຄົນ, ໃນນັ້ນມີ 1.069 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີຜູ້ເສຍຊີວິດ 35 ຄົນ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometersແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 5 ພະຈິກ (1ໂມງຕາມເວລາ UTC), ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ.

        ປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ