ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ທັງໝົດ 85.489.462 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.850.209 ຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19

(ພາບ: AFP/TTXVN)

ວັນທີ 4 ມັງກອນ ປີ 2021, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 3 ມັງກອນ ຫາເວລາ 18 ໂມງຂອງວັນທີ 4 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ. ມາຮອດປັດຈຸບັນ, ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1497 ຄົນໃນນັ້ນມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1339 ຄົນ, ຜູ້ເສຍຊີວິດ 35 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 04 ມັງກອນ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 85.489.462 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.850.209 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 60.443.468 ຄົນ.

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອ 21.111.291 ຄົນ ແລະ ມີຜູ້ເສຍຊີວິດ 360.078 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ…

ຕອບກັບ

ຂ່າວ/ບົດ​ອື່ນ