ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ໃນ​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -  ຮອດເວລາ 6 ໂມງຂອງວັນທີ 7 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ດັ່ງນັ້ນ, ໄດ້ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ. ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19ໃນປະຈຸບັນ ແມ່ນ 1098 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1028 ຄົນແລະ ມີຜູ້ເສຍຊີວິດ 35 ຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ໃນ​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ຮອດເວລາ 6 ໂມງຂອງວັນທີ 7 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ

(ພາບ: ກະຊວງສາທາລະນະສຸກ) 

ໃນເຫດການທີ່ກ່ຽວຂ້ອງວັນທີ 6 ຕຸລາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ຈັດສົ່ງ ພົນລະເມືອງ ຫວຽດນາມ 220 ຄົນ ຈາກຍີ່ປຸ່ນກັບຄືນປະເທດຢ່າງປອດໄພ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 7 ຕຸລາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 36 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ, ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ