ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ໂລກລະບາດ Covid – 19 ໄດ້ປະກົດຢູ່ 192 ປະເທດ ແລະ ເຂດແຄ້ວນ. ພາຍໃນຮອດເວລາ 24 ຊົ່ວໂມງທີ່ຜ່ານມາ ມີ ຜູ້ເສຍຊີວິດຕື່ມອີກ 1598 ຄົນ ແລະ ຜູ້ຕິດເຊື້ອໃໝ່ຕື່ມອີກ 30.367 ຄົນ, ຍົກຍອດຈຳນວນ ຜູ້ຕິດເຊື້ອ Covid – 19 ໃນທົ່ວໂລກເພີ່ມຂຶ້ນກ່ວາ 335.403 ຄົນ, ໃນນັ້ນມີຜູ້ເສຍຊີວິດ 14.611 ຄົນ.ເຖິງຢ່າງໃດກໍ່ຕາມ, ມີຜູ້ໄດ້ຮັບການປິ່ນປົວຫາຍດີ ແລະ ມີອາການດີຂຶ້ນແມ່ນ 97.636 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1

ແພດໝໍຂ້າເຊື້ອຢູ່ຖະໜົນຫົນທາງນະຄອນຫຼວງ Nairobi ປະເທດ ເກນຢາ (ພາບ: AP)

ຢູ່ເອີລົບ, ຍອດຈຳນວນຜູ້ຕິດເຊື້ອພະຍາດໄດ້ເພີ່ມຂຶ້ນກ່ວາ 150.000 ຄົນ. ອີຕາລີ ມີຈຳນວນຜູ້ຕິດໂລກລະບາດ Covid – 19 ແມ່ນ 59.138 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 5.476 ຄົນ, ກວມເອົາ 38.3%ຍອດຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກ. ນອກຈາກ ອີຕາລີແລ້ວ, ແອັດສະປາຍ, ເຢຍລະມັນ, ຝລັ່ງ…ແມ່ນບັນດາປະເທດທີ່ມີຜູ້ຕິດໂລກລະບາດ Covid – 19 ຈຳນວນຫຼາຍ ຢູ່ເອີລົບ.

ຢູ່ອາເມລິກາ, ໃນຕອນບ່າຍວັນທີ 22 ມີນາ, ທ່ານ ປະທານາທິບໍດີ Donald Trump ແລະ ບັນດາສະມາຊິກໃນກຳລັງສະເພາະກິດການປ້ອງກັນ, ຕ້ານເຊື້ອໄວຣັດ SARS – CoV- 2 ຂອງທຳນຽບຂາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນໃສ່ປະກາດບັນດາຂໍ້ມູນຂ່າວອັບເດດກ່ຽວກັບໂລກລະບາດ Covid – 19. ໄລ່ມາຮອດວັນທີ 23 ມີນາ, ອາເມລິກາ ໄດ້ກາຍເປັນປະເທດທີ່ມີຈຳນວນຜູ້ຕິດໂລກລະບາດ Covid – 19 ຫຼາຍອັນດັບທີ 3 ໃນໂລກ.

ຢູ່ອາຊີ, ອີຣານສືບຕໍ່ແມ່ນຈຸດໃຈການເກີດໂລກລະບາດ Covid – 19. ພາຍໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ອີຣານໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຕື່ມອີກ 129 ຄົນ, ຍົກຍອດຈຳນວນກໍລະນີເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 1.685 ຄົນ.

ວັນທີ 22 ມີນາ, ສູນຄວບຄຸມ ແລະ ປ້ອງກັນ, ການຕິດໂລກພະຍາດ ອາຟຼິກກາ (CDC ອາຟຼິກກາ) ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາຟຼິກກາ ມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຈຳນວນ 1.198 ຄົນ ຢູ່ 41 ປະເທດ ຂອງທະວີບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ