ສະ​ພ​າ​ບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ອາເມລິກາຍັງແມ່ນໃຈກາງແຜ່ລະບາດຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 1.527.664 ຄົນ ແລະມີຜູ້ເສຍຊີວິດ 90.978 ຄົນ. ຖັດຈາກອາເມລິກາ ແມ່ນລັດເຊຍ, ແອັດສະປາຍ, ອັງກິດ…

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງເຊົ້າ ວັນທີ 18 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອ Covid – 19 ທັງໝົດແມ່ນ 4.801.510 ຄົນ, ໃນນັ້ນມີ 316.658 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດ Covid – 19ພວມແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.858.079 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ