ສະ​ພາບ​ການໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມການສະຖິຕິຂອງເວັບໄຊ Worldometers.info, ໄລ່ຮອດ 7 ໂມງ 30 ນາທີວັນທີ 26 ພຶດສະພາ(ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດ ໃນທົ່ວໂລກແມ່ນ 5.584.211 ຄົນ, ໃນນັ້ນມີ 347.613 ຄົນຖືກເສຍຊີວິດ. ອາເມລິກາຍັງແມ່ນປະເທດມີຜູ້ຕິດເຊື້ອຫຼາຍກ່ວາໝູ່ໃນໂລກດ້ວຍ 1.706.226 ຄົນຕິດເຊື້ອພະຍາດ Covid – 19 ແລະ 99.805 ຄົນຖືກເສຍຊີວິດ.
ສະ​ພາບ​ການໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1 ພະນັກງານຂ້າເຊື້ອຢູ່ວໍຊິງຕັນ, ອາເມລິກາ (ພາບ: AFP)

ເຫດການຫຼ້າສຸດທີ່ກ່ຽວຂ້ອງແມ່ນ ເປັນຄັ້ງທຳອິດ ບຣາຊິນ ຢັ້ງຢືນມີຈຳນວນຜູ້ເສຍຊີວິດໃນຮອບເວລາ 1 ວັນຫຼາຍກ່ວາອາເມລິກາ ແລະ ກາຍເປັນປະເທດຖືກຜົນກະທົບຈາກໂລກລະບາດ Covid – 19 ຮ້າຍແຮງທີ 2 ໃນໂລກຖັດຈາກ ອາເມລິກາ. ໃນຮອບເວລາ 24 ຊົ່ວໂມງທີີ່ຜ່ານມາ, ບຣາຊິນຢັ້ງຢືນມີຜູ້ເສຍຊີວິດເພີ່ມອີກ 806 ຄົນ, ໃນນັ້ນຢູ່ອາເມລິກາແມ່ນ 505 ຄົນ. ປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອຢູ່ບຣາຊິນແມ່ນ 376.669 ຄົນ.

        ໃນຂະນະນັ້ນ, ອົງການອະນາໄມໂລກ WHO ສືບຕໍ່ກ່າວເຕືອນກ່ຽວກັບຄວາມສ່ຽງໂລກບາດ Covid – 19 ແຜ່ລະບາດຄືນໃໝ່. ວັນທີ 26 ພຶດສະພາ, ທ່ານ ປອ. Michael Ryan ຜູ້ອຳນວຍການຝ່າຍບໍລິຫານໂຄງການສາທາລະນະສຸກສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ບັນດາປະເທດພວມເຫັນປະຈັກຕາວ່າ ການຜັນແປຂອງໂລກລະບາດ Covid – 19 ພວມຫຼຸດລົງ ແຕ່ຍັງອາດຕ້ອງປະເຊີນໜ້າ ກັບການແຜ່ລະບາດຢ່າງຮ້າຍແຮງຂອງໂລກລະບາດຄັ້ງທີ 2 ຖ້າຫາກວ່າ ຍົກເລີກບັນດາມາດຕະການສະກັດກັ້ນໂລກລະບາດ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ