ສະ​ພາບ​ການໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ Worldometes.info, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 8 ມິຖຸນາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 7.082.702 ຄົນ, ໃນນັ້ນມີ 405.272 ຄົນເສຍຊີວິດ.
ສະ​ພາບ​ການໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1 ພາບປະກອບ: TTXVN

ເຂດທະວີບອາເມລິກາ, ພິເສດແມ່ນອາເມລິກາລາຕີນ, ພວມເຫັນປະຈັກຕາການຜັນແປຢ່າງສັບສົນຂອງໂລກລະບາດ. ອາເມລິກາ ຍັງຄົງແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19ໃນທົ່ວໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 2.007.449 ຄົນ ແລະ 112.469 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ບຣາຊີນ, ລັດເຊຍ, ອັງກິດ ແລະ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ