ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມ ຂໍ້ມູນສະຖິຕິຂອງເວັບໄຊ Worldmeters.info, ໄລ່ຮອດເວລາ 1 ໂມງ ຂອງວັນທີ 3 ສິງຫາ (ຕາມເວລາສາກົນ) ຍອດຈຳນວນຜູ້ຕິດເຊື້ອ SARS – CoV – 2 ໃນທົ່ວໂລກແມ່ນ 18.226.597 ຄົນ ໃນນັ້ນມີ 692.420 ຄົນເສຍຊີວິດ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1ຜູ້ຕິດເຊື້ອພະຍາດ Covid - 19 ໄດ້ຮັບການປິ່ນປົວຢູ່ໂຮງໝໍ Rio de Janeiro ປະເທດບຣາຊິນ

(ພາບ: TTXVN) 

ມີ ກ່ວາ 50%ຍອດຈຳນວນຜູ້ຕິດເຊື້ອທີ່ໄດ້ຢັ້ງຢືນ ຢູ່ປະເທດ ອາເມລິກາ, ພາກພື້ນອາເມລິກາລາຕິນ ແລະ ກາຣີເບ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຈຳນວນຜູ້ເສຍຊີວິດຢູ່ ອາເມລິກາລາຕິນ ແລະ ກາຣີເບໄດ້ເພີ່ມຂຶ້ນທົບ 2 ເທົ່າໃນຮອບເວລາພຽງແຕ່ ກ່ວາ 1 ເດືອນທີ່ຜ່ານມາ.

        ອາເມລິກາເປັນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ 49.031 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 4.813.640 ຄົນ, ໃນນັ້ນມີຜູ້ເສຍຊີວິດ 158.365 ຄົນ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ…

ຕອບກັບ

ຂ່າວ/ບົດ​ອື່ນ