ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມຕົວເລກອັບເດດຂອງເວັບໄຊ Worldometers.info, ໄລ່ຮອດເວລາ 1ໂມງເຊົ້າຂອງວັນທີ 17 ສິງຫາ (ຕາມເວລາສາກົນ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 21.817.682 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 772.751 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1 ສະຖານທີ່ວິໄຈຜູ້ຕິດເຊື້ອພະຍາດ Covid - 19 ຢູ່ອິນເດຍ (ພາບ: THX/TTXVN)

ປັດຈຸບັນ, ອາເມລິກາຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດ 5.556.632 ຄົນ ແລະ ຜູ້ເສຍຊີວິດ 173.128 ຄົນ. ສ່ວນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອ Covid – 19 ຫຼາຍແມ່ນ: ບຣາຊິນ, ອິນເດຍ, ລັດເຊຍ.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານ Alexander Gintsburg ຜູ້ອຳນວຍການສູນຄົ້ນຄ້ວາແຫ່ງຊາດກ່ຽວກັບລະບາດວິທະຍາ ແລະ ຈຸນລະຊີວິດວິທະຍາ Gamaley ຂອງລັດເຊຍ ໃຫ້ຮູ້ວ່າ ຊາວລັດເຊຍເປັນຈຳນວນຫຼາຍອາດຈະໄດ້ຮັບການຊັກຢາວັກຊິນເພື່ອປ້ອງກັນ ການຕິດເຊື້ອ Covid – 19 ໃນກາງເດືອນກັນຍານີ້.

ຕອບກັບ

ຂ່າວ/ບົດ​ອື່ນ