ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວໂລກ ແລະ ຫວຽດ​ນາມ

(VOVWORLD) -ອາເມລິກາຍັງຄົງ ແມ່ນປະເທດຖືກ ຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 7,4 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 212.400 , ອັນດັບທີ 2 ຂອງໂລກແມ່ນອິນເດຍ, ປັດຈຸບັນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 6,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 99.800 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວໂລກ ແລະ ຫວຽດ​ນາມ - ảnh 1ພາບປະກອບ:  AFP

ໄລ່ຮອດຕອນເຊົ້າວັນທີ 2 ຕຸລາ, ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ. ອາເມລິກາຍັງຄົງ ແມ່ນປະເທດຖືກ ຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 7,4 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 212.400 , ອັນດັບທີ 2 ຂອງໂລກແມ່ນອິນເດຍ, ປັດຈຸບັນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 6,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 99.800 ຄົນ.

ໃນເຫດການທີ່ກ່ຽວຂ້ອງ ຕາມລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ນັບແຕ່ເວລາ 18 ໂມງຂອງວັນທີ 1 ຕຸລາ ຮອດເວລາ 6 ໂມງຂອງວັນທີ  2 ຕຸລາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ຫວຽດນາມຍັງຢັ້ງຢືນຕົວເລກຜູ້ຕິດເຊື້ອພະຍາດ Covid – 19ແມ່ນ 1095 ຄົນ, ໃນນັ້ນມີຜູ້ເສຍຊິວິດ 35 ຄົນ ແລະ ຜູ້ໄດ້ຮັບການປິ່ນຫົວຫາຍດີເປັນປົກກະຕິແມ່ນ 1018 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ