ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບ ຄວບຄຸມໄດ້

(VOVWORLD) -  ທີ່ກອງປະຊຸມອອນລາຍໃນຕອນເຊົ້າວັນທີ 27 ມີນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໄດ້ຢັ້ງຢືນວ່າ ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບທີ່ສາມາດ ຄວບຄຸມໄດ້ຢູ່. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ.
ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບ ຄວບຄຸມໄດ້ - ảnh 1 (ພາບປະກອບ)

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ສຸມໃສ່ແກ້ໄຂແຫຼ່ງແຜ່ເຊື້ອພະຍາດຢູ່ຮ້ານ bar Buhda ຢ່າງມີປະສິດທິຜົນ. ສ່ວນຢູ່ນະຄອນ ຮ່າໂນ້ຍ, ນອກຈາກການແກ້ໄຂແຫຼ່ງແຜ່ເຊື້ອພະຍາດຢູ່ໂຮງໝໍ ແບັກມາຍ ແລ້ວ, ບັນດາອົງການເຈົ້າໜ້າທີ່ ກໍ່ຄວນເອົາໃຈໃສ່ເຖິງບັນດາແຫຼ່ງແຜ່ ເຊື້ອພະຍາດທີ່ອາດຈະເກີດຂຶ້ນຈາກບັນດາແຫຼ່ງແຜ່ເຊື້ອພະຍາດໃຫຍ່.

        ກ່ຽວກັບບັນຫາການຈັດຕັ້ງແຍກຕົວລວມໝູ່ສຳລັບຜູ້ເຂົ້າເມືອງ, ພ້ອມກັບບັນດາຮາກຖານແຍກຕົວຂອງກອງທັບແລ້ວ, ໃນປັດຈຸບັນ ພວມຈັດຕັ້ງການແຍກຕົວລວມໝູ່ ຢູ່ຕາມຮາກຖານພົນລະເຮືອນຕ່າງໆ. ຄະນະຊີ້ນຳແຫ່ງຊາດຖືວ່າ: ວຽກງານນີ້ຄວນມອບໃຫ້ປະທານຄະນະກຳມະການປະຊາຊົນທຸກຂັ້ນຊີ້ນຳ, ອົງການ ຕຳຫລວດເປັນຫົວໜ່ວຍຮັບຜິດຊອບ, ເປັນຜູ້ບັນຊາສູງສຸດ, ຂະແໜງສາທາລະນະສຸກສົມທົບກັນ ແນະນຳກ່ຽວກັບດ້ານວິຊາການ. ກຳລັງຕຳຫລວດກໍ່ມີຄວາມຮັບຜິດຊອບຕົ້ນຕໍໃນການຄວບຄຸມບັນດາກໍລະນີແຍກຕົວຢູ່ເຮືອນສ່ວນຕົວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ