ສະ​ພາບ​ການ​ໂລກ​ລະ​ບາດ ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງເຊົ້າຂອງວັນທີ 16 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 29,71 ລ້ານຄົນ, ໃນນັ້ນມີ 938.385 ຄົນເສຍຊີວິດ, ແລະມີຜູ້ຕິດເຊື້ອປິ່ນປົວຫາຍດີ ກ່ວາ 21,52 ລ້ານຄົນ.
  • ສະ​ພາບ​ການ​ໂລກ​ລະ​ບາດ ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ນັບແຕ່ເວລາ 18 ໂມງຂອງວັນທີ 15 ກັນຍາ ຫາ ເວລາ 18 ໂມງຂອງວັນທີ 16 ກັນຍາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ດັ່ງນັ້ນ, ຜ່ານ 14 ມື້ຢ່າງລຽນຕິດແລ້ວ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດ Covid – 19 1063 ຄົນ, ໃນນັ້ນມີ ຜູ້ປິ່ນປົວຫາຍດີ 936 ຄົນ ແລະ ມີຜູ້ເສຍຊີວິດ ແມ່ນ 35 ຄົນ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງເຊົ້າຂອງວັນທີ 16 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 29,71 ລ້ານຄົນ, ໃນນັ້ນມີ 938.385 ຄົນເສຍຊີວິດ, ແລະມີຜູ້ຕິດເຊື້ອປິ່ນປົວຫາຍດີ ກ່ວາ 21,52 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ