ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ

(VOVWORLD) - ອາເມລິກາຍັງແມ່ນປະເທດໄດ້ຮັບຜົນທະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ໂຄວິດ - 19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ 

ບົດລາຍງານຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 7 ພະຈິກ ຫາ 6 ໂມງຂອງວັນທີ 8 ພະຈິກ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ເພີ່ມອີກ. 67 ມື້ແລ້ວທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ. ປັດຈຸບັນ ຫວຽດນາມມີ ຜູ້ຕິດເຊື້ອ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

ແລະກໍ່ໃນເຫດການທີ່ກ່ຽວຂ້ອງຕາມເວບໄຊສະຖິຕິ worldometers.info, ໄລຮອດເວລາ 8 ໂມງ 30 ນາທີເຊົ້າຂອງວັນທີ 8 ພະຈິກ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດແມ່ນ 50.247.297 ຄົນ, ໃນນັ້ນມີ 1.255.628 ຄົນເສຍຊີວິດ.

ອາເມລິກາຍັງແມ່ນປະເທດໄດ້ຮັບຜົນທະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ໂຄວິດ - 19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ