ສະ​ພາບ​ການໂລກ​ລະ​ບາດ ໂຄວິດ - 19 ຢ​ູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ໄລ່ຮອດເວລາ 18 ໂມງຂອງວັນທີ 13 ທັນວາ,  ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ແມ່ນ 1.397 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.
ສະ​ພາບ​ການໂລກ​ລະ​ບາດ ໂຄວິດ - 19 ຢ​ູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1 ພາບປະກອບ: TTXVN

ວັນທີ 13 ທັນວາ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2 ຄົນ, ທັງ 2 ລ້ວນແຕ່ໄດ້ຮັບການແຍກຕົວພາຍຫຼັງເຂົ້າເມືອງ ຢູ່ ດ່ານັ້ງ. ດັ່ງນັ້ນ, ໄລ່ຮອດເວລາ 18 ໂມງຂອງວັນທີ 13 ທັນວາ,  ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ແມ່ນ 1.397 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.

        ໃນເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງ ວັນທີ 14 ທັນວາ ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດແມ່ນ 72,62 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 1ລ້ານ 6 ແສນຄົນ,

        ໃນເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາໄດ້ຢັ້ງຢືນ ຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ ແມ່ນ 16,72 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 306.429 ຄົນ. ອາເມລິກາກໍ່ຈະເລີ່ມບັ້ນສັກວັກຊິນ ກັນ Covid – 19 ໃນຂອບຂະໜາດໃຫຍ່ ແຕ່ວັນທີ 14 ທັນວາ.

        ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ