ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ຢູ່​ໃນ​ໂລກ

(VOVWORLD) - ນັບແຕ່ເວລາ 18 ໂມງຂອງວັນທີ 27 ກຸມພາ ຫາ 6 ໂມງວັນທີ 28 ກຸມພາ, ຢູ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ
ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ຢູ່​ໃນ​ໂລກ - ảnh 1ພາບປະກອບ

     ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 , ນັບແຕ່ເວລາ 18 ໂມງຂອງວັນທີ 27 ກຸມພາ ຫາ 6 ໂມງວັນທີ 28 ກຸມພາ, ຢູ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຍ້ອນຕິດແປດຢູ່ພາຍໃນປະເທດເປັນຈຳນວນ 1.530 ກໍລະນີ, ມີ 1.844 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ.

       ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 28 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 114.365.592 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 2.536.703 ຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຜົນສະທ້ອນຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 29.202.824  ຄົນ, ໃນນັ້ນມີ ຜູ້ເສຍຊີວິດແມ່ນ 524.669  ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ