ສະ​ພາບ​ການ​ໂລກ​ລະ​ບາດ​ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ່ມ ແລະ ເສຍຊີວິດຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ​ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1 ພາບປະກອບ: ກະຊວງສາທາລະນະລັດ ຫວຽດນາມ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 29 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 62,55 ລ້ານ ຄົນ, ໃນນັ້ນມີຜູ້ເສຍຊີວິດຂຶ້ນເຖິງ 1,45 ລ້ານ  ຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ່ມ ແລະ ເສຍຊີວິດຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 18 ໂມງຂອງວັນທີ 27 ພະຈິກ ຮອດເວລາ 18 ໂມງຂອງວັນທີ 28 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 2 ຄົນ, ທັງສອງຄົນນີ້ລ້ວນແຕ່ມີສັນຊາດ ຫວຽດນາມ, ແລະ ໄດ້ຮັບການແຍກຕົວຢ່າງທັນທີພາຍຫຼັງເຂົ້າເມືອງ ແຄ໊ງຮ່ວາ. ດັ່ງນັ້ນ, ໄລ່ຮອດຕອນບ່າຍວັນທີ 28 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 1341 ຄົນໃນນັ້ນ ຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 1179 ຄົນ.

ແລະ ກໍ່ໃນວັນທີ 28 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ມາເກົາ (ຈີນ) ຈັດສົ່ງພົນລະເມືອງ ຫວຽດນາມ 368 ຄົນຈາກມາເກົາ (ຈີນ) ກັບຄືນມາປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນໂນ້ຍບາຍ, ຜູ້ໂດຍສານທັງໝົດ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ..

ຕອບກັບ

ຂ່າວ/ບົດ​ອື່ນ