ສະພາບການໂລກລະບາດຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ຄ່ຳຄືນວັນທີ 25 ພຶດສະພາ, ວັກຊິນກັນໂຄວິດ-19 Astra Zeneca ງວດທີ 4 ດ້ວຍຈຳນວນ 288.000 ໂດສ ໄດ້ສົ່ງມາຮອດສະໜາມບິນ ເຕີນເຊີນເຍິ໊ດ.
ສະພາບການໂລກລະບາດຢູ່ຫວຽດນາມ ແລະ ໃນໂລກ - ảnh 1ທົ່ວໂລກມີຜູ້ຕິດເຊື້ອພະຍາດກວ່າ 168,4 ລ້ານຄົນ
(ພາບປະກອບ: THX/ TTXVN)

ນັບແຕ່ເວລາ 12 ໂມງ ຂອງວັນທີ 26 ພຶດສະພາ ຫາເວລາ 18 ໂມງຂອງວັນດຽວກັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດຕື່ມອີກ 115 ຄົນ. ໃນນັ້ນ ແຂວງ ບັກຢາງ 39 ຄົນ, ບັກນິງ 64 ຄົນ, ຮ່າໂນ້ຍ 9 ຄົນ, ຫາຍເຢືອງ 2 ຄົນ. ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 6.086 ຄົນ, ໃນນັ້ນ ມີ 2.853 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ; 45 ຄົນເສຍຊີວິດ.

        ກ່ຽວຂ້ອງເຖິງເລື່ອງວັກຊິນກັນໂຄວິດ-19, ຄ່ຳຄືນວັນທີ 25 ພຶດສະພາ, ວັກຊິນກັນໂຄວິດ-19 Astra Zeneca ງວດທີ 4 ດ້ວຍຈຳນວນ 288.000 ໂດສ ໄດ້ສົ່ງມາຮອດສະໜາມບິນ ເຕີນເຊີນເຍິ໊ດ. ສະນັ້ບ, ມາຮອດປະຈຸບັນໄດ້ມີວັກຊິນ Astra Zeneca 4 ງວດຖື ສົ່ງມາຮອດ ຫວຽດນາມ ດ້ວຍຈຳນວນທັງໝົດແມ່ນເກືອບ 2,9 ລ້ານໂດສ.

ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 26 ພຶດສະພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດກວ່າ 168,4 ລ້ານຄົນ, ໃນນັ້ນມີກວ່າ 3,49 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິວ.

ຕອບກັບ

ຂ່າວ/ບົດ​ອື່ນ