ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທົ່ວ​ໂລກໃນ​​ວັນ​ທີ 8 ເມ​ສາ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 1,1 ລ້ານຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ ກ່ວາ 3.400 ຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທົ່ວ​ໂລກໃນ​​ວັນ​ທີ 8 ເມ​ສາ - ảnh 1ພາບປະກອບ: THX/ TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 45 ນາທີຂອງວັນທີ 8 ເມສາ (ເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 496,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 6,2 ລ້ານຄົນ. ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 1,1 ລ້ານຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ ກ່ວາ 3.400 ຄົນ. ສ.ເກົາຫຼີ, ເຢຍລະມັນ, ຝລັ່ງ ແມ່ນບັນດາປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ. ໃນຂະນະນັ້ນ, ອາເມລິກາມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 409 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ