ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ

(VOVWORLD) -ຫວຽດນາມ ໄດ້ປິ່ນປົວໃຫ້ຫາຍດີ 2.383 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 2.631 ຄົນ. ໃນນັ້ນມີ, 35 ຄົນເສຍຊີວິດ.
ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ - ảnh 1ສັກວັກຊິນກັນໂຄວິດ - 19 (ພາບ: TTXVN)

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 5 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 6 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 2.637 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ໃໝ່ຕື່ມອີກ 9.158 ຄົນ ໃນອາທິດຜ່ານມາ. ໄລ່ຮອດເວລາ 6 ໂມງຂອງວັນທີ 4 ເມສາ, ທົ່ວປະເທດໄດ້ປະຕິບັດການສັກວັກຊິນກັນໂຄວິດ - 19 ຢູ່ 19 ແຂວງ, ນະຄອນໃຫ້ແກ່ 52.413 ຄົນ ຊຶ່ງແມ່ນພະນັກງານ, ພາລະກອນການແພດ ທີ່ພວມປະຕິບັດການປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ, ບັນດາພະນັກງານການແພດພວມປະຕິບັດການເກັບເອົາຕົວຢ່າງເພື່ອວິໄຈຫາເຊື້ອ; ສະມາຊິກຂອງກຸ່ມປ້ອງກັນ, ສະກັດກັ້ນໂຄວິດ - 19 ຢູ່ຕາມເຂດຊຸມຊົນ ແລະ ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ