ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ

(VOVWORLD) -ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2.812 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.490 ຄົນ ແລະ 35 ຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ - ảnh 1ພາບປະກອບ: TTXVN

ນັບແຕ່ເວລາ 6 ໂມງຂອງວັນທີ 22 ເມສາ ຫາເວລາ 18 ໂມງຂອງວັນທີ 22 ເມສາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 4 ຄົນ. ໃນນັ້ນທັງ 4 ຄົນດັ່ງກ່າວລ້ວນແຕ່ຖືສັນຊາດ ຫວຽດນາມ ແລະ ໄດ້ຮັບການແຍກຕົວຢູ່ ຮ່າໂນ້ຍ, ຝູອຽນ ແລະ ດ່ານັ້ງ.

ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2.816 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.490 ຄົນ ແລະ 35 ຄົນເສຍຊີວິດ.

  ສ່ວນຢູ່ອິນເດຍ, ຕອນເຊົ້າວັນທີ 22 ເມສາ, ອິນເດຍໄດ້ປະກາດວ່າ ໃນຮອບເວລາ 24 ຊົ່ງໂມງທີ່ຜ່ານມາ, ອິນເດຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກກ່ວາ 314.000 ຄົນ, ນີ້ແມ່ນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດໃນເວລາ 1 ວັນໃນທົ່ວໂລກ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ