ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ

(VOVWORLD) -ສ່ວນຢູ່ ຫວຽດນາມ, ຕອນເຊົ້າວັນທີ 25 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 91 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 14.323 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.985 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ - ảnh 1ພາບປະກອບ: AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າ ຂອງວັນທີ 25 ມິຖຸນາ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 180,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4 ລ້ານຄົນ. 3 ປະເທດທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນ ໂລກ ນັ້ນແມ່ນ: ອາເມລິກາ, ອິນເດຍ ແລະ ບຣາຊິນ.

        ວັນທີ 24 ມິຖຸນາ, ບັນດາຜູ້ນຳໜ້າອົງການອະນາໄມໂລກ (WHO), ອົງການຊັບສິນທາງປັນຍາໂລກ (WIPO) ແລະ ອົງການການຄ້າໂລກ (WTO) ໄດ້ປະກາດກ່ຽວກັບພື້ນຖານລວມ ເພື່ອແນໃສ່ຊ່ວຍບັນດາປະເທດຮັດແຄບໄລຍະຫ່າງ ໃນການສຳຜັດກັບວັກຊິນກັນໂຄວິດ - 19, ວິທີການປິ່ນປົວ ແລະ ເຕັກໂນໂລຢີທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19.

        ສ່ວນຢູ່ ຫວຽດນາມ, ຕອນເຊົ້າວັນທີ 25 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 91 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 14.323 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.985 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ