ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ ໃນ​ວັນ​ທີ 12 ມິ​ຖຸ​ນາ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 12 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຫຼາຍກວ່າ 176 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 3,8 ລ້ານຄົນ ເສຍຊີວິດ.

ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ແມ່ນເກືອບ 15.000 ຄົນ ແລະ ກວ່າ 400 ຄົນ ເສຍຊີວິດ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຂຶ້ນກວ່າ 34,3 ລ້ານ ແລະ ເກືອບ 615.000 ຄົນເສຍຊີວິດ. ອິນເດຍ ຢືນອັນດັບທີ 2 ແລະ ບຣາຊິນ ຢືນອັນດັບທີ 3.

        ກ່ຽວຂ້ອງເຖິງການສັກວັກຊິນກັນພະຍາດໂຄວິດ - 19 ຂອງ AstraZeneca, ອົງການຄຸ້ມຄອງການຢາ ເອີຣົບ (EMA) ໄດ້ປະກາດໃຊ້ຄຳແນະນຳ ບໍ່ຄວນສັກວັກຊິນຊະນິດນີ້ໃຫ້ແກ່ບຸກຄົນທີ່ເປັນພະຍາດເລືອດອອກມາແລ້ວ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໂລກ ໃນ​ວັນ​ທີ 12 ມິ​ຖຸ​ນາ - ảnh 1(ພາບປະກອບ: VOV)
 ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 12 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 89 ກໍລະນີ. ເປັນອັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນທີ 12 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 10.137 ກໍລະນີ, ໃນນັ້ນ ມີ 3.804 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ 58 ກໍລະນີເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ