ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ກໍລະກົດ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 187 ລ້ານຄົນ, ໃນນັ້ນມີຜູູ້ເສຍຊີວິດຂຶ້ນເຖິງກ່ວາ 4 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງຢູ່ອິນເດຍ (ພາບ: THX/TTXVN)

ວັນທີ 11 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 19 ໂມງຂອງວັນທີ 10 ກໍລະກົດ ມາຮອດເວລາ 12 ໂມງຂອງວັນທີ 11 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 1.240 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດແມ່ນ 1.043 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 12 ໂມງຂອງວັນທີ 11 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 29.103 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.204 ຄົນ, ຜູ້ເສຍຊີວິດ 112 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ກໍລະກົດ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 187 ລ້ານຄົນ, ໃນນັ້ນມີຜູູ້ເສຍຊີວິດຂຶ້ນເຖິງກ່ວາ 4 ລ້ານຄົນ.

ຕາມໂຄງການຊື້ວັກຊິນລວມຂອງ EU ໂດຍ ທ່ານປະທານ EC Von der Leyen ບໍລິຫານ, EU ໄດ້ແຈກຢາຍໃຫ້ແກ່ບັນດາປະເທດສະມາຊິກວັກຊິນ Pfizer/BioNTech 330 ລ້ານໂດສ, ວັກຊິນ AstraZeneca 100 ລ້ານໂດສ, ວັກຊິນ Moderna 50 ລ້ານໂດສ ແລະ ວັກຊິນ Johnson & Johnson 20 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ