ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 14 ກໍລະກົດ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 188,5 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4 ລ້ານຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຖ້າຄິດໄລ່ຕາມອັດຕາປະຊາກອນ ແລ້ວ, ເປຣູ ແມ່ນປະເທດທີ່ອັດຕາຜູ້ເສຍຊີວິດສູງທີ່ສຸດ, ຖັດຈາກນັ້ນ ແມ່ນ ຮຸງກາຣີ.

ຖ້າຄິດໄລ່ຕາມພາກພື້ນ, ປັດຈຸບັນ, ອາເມລິກາ ລາຕິນ ແລະ ກາຣີເບ ມີຫຼາຍກວ່າ 1,3 ລ້ານຄົນ ເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອທັງໝົດ 38,8 ລ້ານຄົນ. ຖັດຈາກນັ້ນ ແມ່ນ ທະວີບເອີຣົບ, ອາເມລິກາເໜືອ, ອາຊີ, ຕາເວັນອອກກາງ, ອາຟະລິກາ, ໂອເຊອານີ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1(ພາບ: TTXVN)
ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 12 ໂມງ ຫາເວລາ 18 ໂມງ ຂອງວັນທີ 14 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າມີຜູ້ຕິດເຊື້ອຕື່ມອີກ 829 ຄົນ, ນະຄອນ ໂຮ່ຈີມິນ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຫຼາຍສຸດ ດ້ວຍ 592 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອລວມທັງໝົດຂອງ ຫວຽດນາມ ໃນຮອບເວລາ 24 ຊົ່ວໂມງຜ່ານມາ ຂຶ້ນເປັນ 2.934 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງຂອງວັນທີ 14 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 37.434 ຄົນ. ໃນນັ້ນ ມີ 9.624 ຄົນ ໄດ້ຮັບການປິ່ນປົວຫາຍດີ. 
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 13 ກໍລະກົດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລ ການສື່ສານ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງພິທີມອບຈຳນວນເງິນ 100 ຕື້ ດົ່ງ ໃຫ້ແກ່ກອງທຶນວັກຊິນກັນພະຍາດໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ