ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ໃນເຫດການທີ່ກ່ຽວຂ້ອງ, ສູນປ້ອງກັນ ແລະ ຄວບຄຸມໂລກລະບາດ ເອີລົບ (ECDC) ໄດ້ຄາດຄະເນວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຈະເພີ່ມຂຶ້ນຢ່າງແຮງໃນວັນທີ 1 ສິງຫາຈະມາເຖິງ, ໂດຍການແຜ່ລະບາດຢ່າງແຮງຂອງ ເຊື້ອໄວຣັດສາຍພັນ Delta ໃນຂະນະທີ່ຫຼາຍປະເທດຢູ່ເອີລົບໄດ້ຜ່ອນຜັນບັນດາມາດຕະການ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AFP/ TTXVN

ໄລ່ຮອດຕອນເຊົ້າວັນທີ 17 ກໍລະກົດ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 190,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4 ລ້ານຄົນ. ຢູ່ບັນດາປະເທດຢູ່ເອີລົບ ແລະ ທະວີບອາເມເລິກາ ໂລກລະບາດໂຄວິດ - 19 ມີສັນຍານເພີ່ມຂຶ້ນຄືນໃໝ່ ດ້ວຍຈຳນວນຜູ້ຕິດເຊື້ອສູງ. ຢູ່ອາຊີຕາເວັນອອກສ່ຽງໃຕ້.

ສ່ວນຢູ່ຫວຽດນາມ, ໃນວັນທີ 17 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2.106 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ມີຜູ້ຕິດເຊື້ອຕື່ມຫຼາຍທີ່ສຸດດ້ວຍຈຳນວນ 1.769 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 46.292 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 10.020 ຄົນ.

ໃນເຫດການທີ່ກ່ຽວຂ້ອງ, ສູນປ້ອງກັນ ແລະ ຄວບຄຸມໂລກລະບາດ ເອີລົບ (ECDC) ໄດ້ຄາດຄະເນວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຈະເພີ່ມຂຶ້ນຢ່າງແຮງໃນວັນທີ 1 ສິງຫາຈະມາເຖິງ, ໂດຍການແຜ່ລະບາດຢ່າງແຮງຂອງ ເຊື້ອໄວຣັດສາຍພັນ Delta ໃນຂະນະທີ່ຫຼາຍປະເທດຢູ່ເອີລົບໄດ້ຜ່ອນຜັນບັນດາມາດຕະການ.

ກ່ອນໜ້ານັ້ນ, ວັນທີ 16 ກໍລະກົດ, ວົງການເຈົ້າໜ້າທີ່ ກູບາໃຫ້ຮູ້ວ່າ, ວັກຊິນກັນໂຄວິດ - 19 ທີ່ມີຊື່ວ່າ Abdala ໂດຍກູບາຜະລິດບັນລຸໄດ້ປະສິດທິຜົນ 100% ໃນການສະກັດກ້ັນ ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19. ນີ້ແມ່ນໝາກຜົນທີ່ໄດ້ຢັ້ງຢືນໃນໄລຍະສັກທົດລອງຕໍ່ຄົນ ໄລຍະທີ 3 ຂອງວັກຊິນ ໂດຍສູນເຕັກນິກກຳມະພັນ ແລະ ເຕັກໂນໂລຢີຊີວະສາດ ກູບາ (CTGB) ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ