ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1ໂມງ30 ນາທີຂອງຕອນເຊົ້າວັນທີ 18 ກໍລະກົດ (UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກ່ວາ 190,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,1 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: nhandan.com.vn

ນັບແຕ່ເວລາ 19 ໂມງຂອງວັນທີ 17 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 18 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 2.472 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 18 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 51.002 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 7.538 ຄົນ.

ສ່ວນຢູ່ໃນໂລກ ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1ໂມງ30 ນາທີຂອງຕອນເຊົ້າວັນທີ 18 ກໍລະກົດ (UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກ່ວາ 190,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,1 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ