ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -        ນັບແຕ່ເວລາ 6 ໂມງຫາເວລາ 19 ໂມງຂອງວັນທີ 28 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3.698 ຄົນ, ໃນນັ້ນ ຢູ່ນະຄອນ ໂຮ່ຈີມິນ ຍັງຄົງແມ່ນທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ ດ້ວຍ 2.334 ຄົນ, ຫຼຸດລົງເຄິ່ງໜຶ່ງເມື່ອທຽບໃສ່ມື້ວານນີ້.
ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ການກວດສຸຂະພາບກ່ອນສັກວັກຊິນການພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນນະຄອນ ໂຮ່ຈີມິນ (ພາບ: TTXVN)

ໄລ່ຮອດຕອນຄ່ຳວັນທີ 28 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 120.819 ຄົນ, ໃນນັ້ນ ມີ 27.457 ຄົນ ໄດ້ຮັບການປິ່ນປົວຫາຍດີ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປະຕິບັດການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນກວ່າ 5 ລ້ານຄົນແລ້ວ.

      ສ່ວນຢູ່ໃນໂລກ, ເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 28 ກໍລະກົດ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດເກືອບ 196 ລ້ານຄົນ, ໃນນັ້ນ ມີເກືອບ 4,2 ລ້ານຄົນ ເສຍຊີວິດ.

       ຢູ່ ອາເມລິກາ, ພາຍຫຼັງຈຳນວນຜູ້ຕິດເຊື້ອຫຼຸດລົງຢ່າງແຮງໃນຫຼາຍອາທິດ, ວັນທີ 27 ກໍລະກົດ, ຈຳນວນຜູ້ຕິດເຊື້ອລາຍໃໝ່ໄດ້ເພີ່ມຂຶ້ນແຮງດ້ວຍຈຳນວນຫຼາຍກວ່າ 59.000 ຄົນ, ເຊິ່ງເປັນປະເທດມີອັດຕາຜູ້ຕິດເຊື້ອສູງກວ່າໝູ່ໃນໂລກ ໃນ 24 ຊົ່ວໂມງຜ່ານມາ.

       ການແຜ່ລະບາດຂອງເຊື້ອໄວຣັດສາຍພັນໃໝ່ Delta ສືບຕໍ່ນາບຂູ່ເຖິງຄວາມມານະພະຍາຍາມດັບມອບໂລກລະບາດຢູ່ຫຼາຍປະເທດໃນໂລກ, ພິເສດແມ່ນຢູ່ ອາຊີ, ເຊິ່ງເປັນທະວີບທີ່ມີຈຳນວນຜູ້ຕິດເຊື້ອໃໝ່ພາຍໃນວັນຢູ່ບາງປະເທດມີການເພີ່ມຂຶ້ນລະດັບສູງໃໝ່ຢ່າງລຽນຕິດ. ໃນນັ້ນ, ອິນໂດເນເຊຍ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອລາຍໃໝ່ກວ່າ 45.200 ຄົນ, ສູງອັນດັບທີ 2 ໃນໂລກ, ໃນຂະນະທີ່ ຈຳນວນຜູ້ເສຍຊີວິດໃນແຕ່ລະມື້ກໍຢູ່ໃນລະດັບສູງທີ່ສຸດໃນໂລກ ດ້ວຍ ຈຳນວນກວ່າ 2000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ