ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ກ່ຽວຂ້ອງເຖິງວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19, ຕອນເຊົ້າຂອງວັນທີ 8 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງເຮັດວຽກກັບການນຳແຂວງ ກຽນຢາງ. ທ່ານໄດ້ຮຽກຮ້ອງໃຫ້ແຂວງ ກຽນຢາງ ຕ້ອງປະຕິບັດວຽກງານປ້ອງກັນຕ້ານໂລກລະບາດຢ່າງເຂັ້ມງວດ, ຕ້ອງສຸມກຳລັງເຫື່ອແຮງສະກັດກັ້ນ ດັບມອດບ່ອນເກີດເຊື້ອໂຄວິດ 19, ປຸກລະດົມຂະບວນການປະຊາຊົນປົກປັກຮັກສາ “ເຂດຂຽວ” ແລະ ຖືນີ້ແມ່ນມາດຕະການຕ້ານໂລກລະບາດສຳຄັນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AFP/TTXVN

ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ຕອນຄ່ຳວັນທີ 8 ສິງຫາ

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4.949 ຄົນ, ຍົກຈຳນວນຜູ້ຕິດເຊື້ອໃນວັນທີ 8 ສິງຫາ ຂຶ້ນເປັນ 9.690 ຄົນ. ໃນນັ້ນ ນະຄອນໂຮ່ຈີມິນ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 3.898 ຄົນ, ຮ່າໂນ້ຍມີ 114 ຄົນ, ບີ່ງເຢືອງ ແມ່ນ 3.210 ຄົນ. ໄລ່ຮອດຕອນບ່າຍ ວັນທີ 8 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 210.405 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 71.497 ຄົນ.

ກ່ຽວຂ້ອງເຖິງວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19, ຕອນເຊົ້າຂອງວັນທີ 8 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງເຮັດວຽກກັບການນຳແຂວງ ກຽນຢາງ. ທ່ານໄດ້ຮຽກຮ້ອງໃຫ້ແຂວງ ກຽນຢາງ ຕ້ອງປະຕິບັດວຽກງານປ້ອງກັນຕ້ານໂລກລະບາດຢ່າງເຂັ້ມງວດ, ຕ້ອງສຸມກຳລັງເຫື່ອແຮງສະກັດກັ້ນ ດັບມອດບ່ອນເກີດເຊື້ອໂຄວິດ 19, ປຸກລະດົມຂະບວນການປະຊາຊົນປົກປັກຮັກສາ “ເຂດຂຽວ” ແລະ ຖືນີ້ແມ່ນກໍ່ມາດຕະການສຳຄັນໃນການຕ້ານໂລກລະບາດ.

ສ່ວນຢູ່ໃນໂລກ ຕາມເວັບໄຊສະຖິຕິ worldometers.infoແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 8 ສິງຫາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 202.928.963, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,3 ລ້ານຄົນ. ອາເມລິກາ ກວມເອົາ1/5ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ແມ່ນ 36,5 ລ້ານຄົນ, ແລະ ມີຜູ້ເສຍຊີວິດ ກ່ວາ 632.000 ຄົນ, ອິນເດຍຢືນຢູ່ອັນດັບທີ 2 ໃນໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ແມ່ນເກືອບ 32 ລ້ານຄົນ, ແຕ່ ບຣາຊິນ ຢືນຢູ່ອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ເສຍຊີວິດກ່ວາ 563.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ