ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໂດຍກ່ຽວຂ້ອງເຖິງ ບັນຫາວັກຊິນ, ຕາມບົດລາຍງານຂອງ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ແລ້ວ, ພາກພື້ນ ອາເມລິກາ ລາຕິນ ແລະ Caribe ຕ້ອງຜະລິດວັກຊິນຕ່າງຫາກ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 2 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 235 ລ້ານຄົນ, ໃນນັ້ນມີຜູ້ເສນຊີວິດ 4,8 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດ ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຢູ່ ໃນໂລກ, ອາເມລິກາມີຜູ້ເສຍຊີວິດ ແມ່ນເກືອບ 179.000 ຄົນ, ບຣາຊິນ ກ່ວາ 597.000 ຄົນ ແລະ ອິນເດຍ ແມ່ນກ່ວາ 448.600 ຄົນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 1 ຕຸລາ ຫາເວລາ 17 ໂມງຂອງວັນທີ 2 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 5.490 ຄົນ, ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 803.202  ຄົນ, ໃນນັ້ນມີ 664.938 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ໂດຍກ່ຽວຂ້ອງເຖິງ ບັນຫາວັກຊິນ, ຕາມບົດລາຍງານຂອງ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ແລ້ວ, ພາກພື້ນ ອາເມລິກາ ລາຕິນ ແລະ Caribe ຕ້ອງຜະລິດວັກຊິນຕ່າງຫາກ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19. ປະລິມານວັກຊິນກັນໂຄວິດ - 19 ຂອງບໍລິສັດການຢາ ໃນທົ່ວໂລກ ຍັງຈຳກັດ ເຮັດໃຫ້ ມີຄວາມຊັກຊ້າໃນຂັ້ນຕອນການຮັບປະກັນເວລາມອບຮັບວັກຊິນຕາມສັນຍາທີ່ໄດ້ ລົງນາມ. ດັ່ງນັ້ນ, ຕາມ UNESCO ແລ້ວ, ຕ້ອງຮອດປີ 2022 ອາເມລິກາ ລາຕິນ ຈຶ່ງສາມາດປະຕິບັດສຳເລັດການສັກວັກຊິນໃຫ້  ປະຊາກອນ ໄດ້ 70%.

ຕອບກັບ

ຂ່າວ/ບົດ​ອື່ນ