ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ທ່ານ Sadiaga Uno ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດປະດິດຄິດສ້າງ ອິນໂດເນເຊຍ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ຈະຫ້າມບໍ່ໃຫ້ ບັນດາສະຖານທີ່ທ່ອງທ່ຽວຈັດຕັ້ງການເຄື່ອນໄຫວຕ້ອນຮັບປີໃໝ່.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 7 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 266,65 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 5,28 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ ແມ່ນ 3 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຈຳນວນຜູ້ຕິດເຊື້ອຢູ່ ອາເມລິກາແມ່ນຫຼາຍກ່ວາ 50 ລ້ານຄົນ, ບຣາຊິນແມ່ນຫຼາຍກ່ວາ 22 ລ້ານຄົນ ແລະ ອິນເດຍແມ່ນຫຼາຍກ່ວາ 34,6 ລ້ານຄົນ.

ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ - 19 ເກີດຂຶ້ນຄືນໃໝ່, ທ່ານ Sadiaga Uno ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດປະດິດຄິດສ້າງ ອິນໂດເນເຊຍ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ຈະຫ້າມບໍ່ໃຫ້ ບັນດາສະຖານທີ່ທ່ອງທ່ຽວຈັດຕັ້ງການເຄື່ອນໄຫວຕ້ອນຮັບປີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ