ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມການສະຖິຕິ ແລ້ວ, ເອີລົບອີກຄັ້ງໜຶ່ງກາຍເປັນຈຸດໃຈກາງເກີດໂລກລະບາດໂຄວິດ - 19 ໃນຊຸມເດືອນທີ່ຜ່ານມາ.ທະວີບນີ້ພວມປະເຊີນໜ້າກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກາຍພັນ Omicron ທີ່ມີທ່າອ່ຽງເພີ່ມຂຶ້ນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19ລາຍໃໝ່ ກ່ວາ 1,1 ລ້ານຄົນ ແລະ ມີຜູ້ເສຍຊີວິດ 3.700 ຄົນ. ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 289,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,45 ລ້ານຄົນ. ອາເມລິກາຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕາມການສະຖິຕິ ແລ້ວ, ເອີລົບອີກຄັ້ງໜຶ່ງກາຍເປັນຈຸດໃຈກາງເກີດໂລກລະບາດໂຄວິດ - 19 ໃນຊຸມເດືອນທີ່ຜ່ານມາ.ທະວີບນີ້ພວມປະເຊີນໜ້າກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກາຍພັນ Omicron ທີ່ມີທ່າອ່ຽງເພີ່ມຂຶ້ນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 1 ມັງກອນ ຫາເວລາ 16 ໂມງຂອງວັນທີ 2 ມັງກອນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ 16.948 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.763.040 ຄົນ, ໃນນັ້ນມີ 1.372.696 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ