ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVORLD) -ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 57,8 ລ້ານຄົນໃນນັ້ນມີຜູ້ເສຍຊີວິດ 1,3 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່.ຖັດຈາກນັ້ນແມ່ນ, ລັດເຊຍ, ຝລັ່ງ, ເຢຍລະມັນ ແລະ ອັງກິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບ: Chinhphu.vn 

ຕອນເຊົ້າວັນທີ 21 ພະຈິກ, ຕາມຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມບໍ່ມີຜູ້ຕິດເຊື້ອໃໝ່, ຜ່ານ 80 ມື້ແລ້ວທີ່ ຫວຽດນາມບໍ່ມີຜູ້ຕິດເຊື້ອໃນຊຸມຊົນ. ໄລ່ຮອດຕອນເຊົ້າວັນທີ 21 ພະຈິກ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1305 ຄົນ, ໃນນັ້ນມີ 1142 ຄົນ ໄດ້ປິ່ນປົວຫາຍດີ ແລະ ມີ 35 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 57,8 ລ້ານຄົນໃນນັ້ນມີຜູ້ເສຍຊີວິດ 1,3 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່.ຖັດຈາກນັ້ນແມ່ນ, ລັດເຊຍ, ຝລັ່ງ, ເຢຍລະມັນ ແລະ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ