ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 474.933 ຄົນ ໃນນັ້ນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 27.609.213 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ, ບຣາຊິນ, ອັງກິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AP

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 8 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 106.673.989 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 2.326.773 ຄົນ.

ປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 474.933 ຄົນ ໃນນັ້ນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 27.609.213 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ, ບຣາຊິນ, ອັງກິດ.

ໃນເຫດການທີ່ກ່ຽວຂ້ອງ, ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 7 ກຸມພາ ຫາເວລາ 18 ໂມງຂອງວັນທີ 8 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 49 ຄົນ.

ມາຮອດປັດຈຸບັນນີ້, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 2050 ຄົນ, ໃນນັ້ນມີ 1.472 ຄົນໄດ້ຮັບການປິ່ວປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ