ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດແມ່ນ 2140, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 11 ກຸມພາ ຫາເວລາ 6 ໂມງຂອງວັນທີ 12 ກຸມພາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ - 19 ລາຍໃໝ່ຕື່ມອີກ.

 ດັ່ງນັ້ນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດແມ່ນ 2140, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.

ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ກຸມພາ (ຕາມເວລາ UTC) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 108 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດເກືອບ 2,4 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ -19 ເກືອບ 28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 486.000 ຄົນ.ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ