​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ​

(VOVWORLD) -  ນັບແຕ່ເວລາ 18 ໂມງຂອງວັນທີ 19 ກຸມພາ ຫາເວລາ 6 ໂມງຂອງວັນທີ 20 ກຸມພາ, ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ -  19 ລາຍໃໝ່ຕື່ມອີກ.
​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ​ - ảnh 1ເດັກນ້ອຍເກີດໃໝ່ ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີ ໃນວັນທີ 19 ກຸມພາ (ພາບ: ກະຊວງສາທາລະນະສຸກ)

 ເປັນອັນວ່າ, ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 20 ກຸມພາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ສະສົມທັງໝົດ 2.362 ກໍລະນີ, ໃນນັ້ນ ມີ 1.463 ກໍລະນີ ແມ່ນຕິດເຊື້ອຢູ່ພາຍໃນປະເທດ, ມີ 1.627 ກໍລະນີໄດ້ຮັບການປິ່ນປົວຫາຍດີ, ໃນນັ້ນ ມີເດັກນ້ອຍເກີດໃໝ່ 1 ຄົນກໍໄດ້ຮັບການປິ່ນປົວຫາຍດີແລ້ວ. ຈຳນວນກໍລະນີເສຍຊີວິດ ຍັງຄົງແມ່ນ 35 ກໍລະນີ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 20 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 111,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,46 ລ້ານຄົນເສຍຊີວິດ. ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 28,6 ລ້ານຄົນ ແລະ ມີ 507,746 ຄົນ ເສຍຊີວິດ;ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.

        ກ່ຽວກັບບັນຫາພັດທະນາວັກຊິນກັນພະຍາດໂຄວິດ - 19, Serbia ໄດ້ກາຍເປັນສູນຜະລິດວັກຊິນ Sputnik  V ຂອງ ລັດເຊຍ ຢູ່  ພາກ ຕາເວັນຕົກ Balkan.

ສ່ວນ ຢູ່ພາກພື້ນ ຕາເວັນອອກກາງ, ອີຣານ ໄດ້ສ້າງຫ້ອງທົດລອງ ໂມເລກຸນ ແບບອັດຕະໂນມັດແຫ່ງທຳອິດ ເພື່ອຮັບໃຊ້ໃຫ້ແກ່ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.

 

ຕອບກັບ

ຂ່າວ/ບົດ​ອື່ນ