ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ບັນດາຈຸດສັກວັກຊິນຢູ່ ຫ໋າຍເຢືອງ, ໂຮງໝໍເຂດຮ້ອນ ນະຄອນໂຮ່ຈີມິນ ແລະ ໂຮງໝໍເຂດຮ້ອນສູນກາງກໍ່ສືບຕໍ່ສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງເປີດກ້ວາງການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຮ່າໂນ້ຍ ແລະ ແຂວງຢາລາຍ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ໄລ່ຮອດເວລາ 6 ໂມງຂອງ ວັນທີ 9 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2524 ຄົນ., 10 ແຂວງ, ນະຄອນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກໃນຊຸມຊົນໃນຮອບເວລາ 24 ວັນຢ່າງລຽນຕິດນັ້ນແມ່ນ: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັກຢາງ, ຢາລາຍ, ບັກນິງ, ກ໋ວາງນິງ ແລະ ນະຄອນ ໂຮ່ຈີມິນ. ຮ່າໂນ້ຍ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ໃນຊຸມຊົນເປັນເວລາຄົບ 3 ອາທິດແລ້ວ.

        ແລະກໍ່ໃນວັນດຽວກັນ, ບັນດາຈຸດສັກວັກຊິນຢູ່ ຫ໋າຍເຢືອງ, ໂຮງໝໍເຂດຮ້ອນ ນະຄອນໂຮ່ຈີມິນ ແລະ ໂຮງໝໍເຂດຮ້ອນສູນກາງກໍ່ສືບຕໍ່ສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງເປີດກ້ວາງການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຮ່າໂນ້ຍ ແລະ ແຂວງຢາລາຍ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 9 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 117,8 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 2,61 ລ້ານຄົນ. ປັດຈຸບັນ ອາເມລິກາ ຍັງແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຂອງໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຂຶ້ນເຖິງ 29,74 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 538.571 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ