ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມີນາ (ຕາມເວລາ UTC), ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 120.042.087 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.659.118 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມແລ້ວ, ນັບແຕ່ເວລາ 18 ໂມງຂອງ ວັນທີ 13 ມີນາ ຮອດເວລາ 6 ໂມງຂອງວັນທີ 14 ມີນາ, ຫວຽດນາມ ບໍ່ພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມຍັງຄົງແມ່ນ 2.553 ຄົນ, ໃນນັ້ນມີ 2.086 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມີນາ (ຕາມເວລາ UTC), ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 120.042.087 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.659.118 ຄົນ.

ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 30.043.662 ຄົນ ແລະ ມີຜູ້ເສຍຊີວິດ 546.605 ຄົນ. ຖັດຈາກອາເມລິກາແມ່ນ ບຣາຊິນ, ອິນເດຍ, ລັດເຊຍ…

ກ່ຽວຂ້ອງເຖິງຄວາມມານະພະຍາຍາມສັກວັກຊິນກັນພະຍາດໂຄວິດ - 19, ສູນຄວບຄຸມພະຍາດຕິດແປດ (CDC)  ຂອງຈີນ ໃນວັນທີ 13 ມີນາໃຫ້ຮູ້ວ່າ ປະເທດນີ້ໄດ້ຕັ້ງເປົ້າໝາຍຮອດກາງປີ 2022, ຈີນຈະສັກວັກຊິນກັນໂຄວິດ ໃຫ້ແກ່ 70 - 80% ປະຊາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ