ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 123.849.827 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.727.400 ຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

        ວັນທີ 22 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດເວລາ 18ໂມງຂອງວັນທີ 22 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ. ໃນວັນທີ 22 ມີນາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຕື່ມອີກ 36 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມມີຜູ້ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 33.891 ຄົນ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 2572 ຄົນ, ໃນນັ້ນ ມີ 2234 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

        ແລະໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 123.849.827 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.727.400 ຄົນ. ອາເມລິກາແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ເສຍຊີວິດ 555.298 ຄົນ ໃນຍອດຈຳນວນຜູ້ຕິດເຊື້ອ 30.521.672 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ, ລັດເຊຍ, ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ